ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຄື່ອງ​ຊ່ວຍເຫຼືອ​ມະນຸດສະທຳ 800 ຖ້ຽວ​ ໄດ້​ສົ່ງ​ເຂົ້າ​ເຂດ ກາ​ຊາ ໃນ 4 ວັນ​ຢຸດ​ຍິງ

     ສຳນັກຂ່າວຫວຽດນາມ ນິວລາຍງານ ວັນທີ 30 ພະຈິກ, ອີງຕາມກົມຂໍ້ມູນຂ່າວແຫ່ງລັດ ເອຢິບ (SIS) ໄດ້ໃຫ້ຮູ້ວ່າ : ໃນເວ
ລາ
4 ວັນປະຕິບັດຄຳສັ່ງຢຸດຍິງ ເພື່ອມະນຸດສະທຳຢູ່ ເຂດກາຊາ ນັບແຕ່ວັນທີ 24-28 ພະຈິກ, ອຳນາດການປົກຄອງ ເອຢິບ ແລະ
ບັນດາພາກສ່ວນທີ່ກ່ຽວ ຂ້ອງໄດ້ສົ່ງເຄື່ອງຊ່ວຍເຫຼືອເພື່ອມະນຸດສະທຳ 800 ຖ້ຽວເຂົ້າເຂດ ກາຊາ ລວມມີ : ທັນຍາຫານ , ນ້ຳດື່ມ,
ຢາ, ອຸປະກອນການແພດ ພ້ອມກັບເຄື່ອງໃຊ້ທີ່ຈຳເປັນອື່ນໆ.

     ຈຳນວນເຄື່ອງຊ່ວຍເຫຼືອມະນຸດສະທຳດັ່ງກ່າວ, ໂດຍແມ່ນອຳນາດການປົກຄອງ ເອຢິບ ຂົນຂວາຍຂໍຄວາມຊ່ວຍເຫຼືອຈາກປະ
ເທດຕ່າງໆ ນັບສິບປະເທດຢູ່ໃນພາກພື້ນ ແລະ ສາກົນ, ເພື່ອໜູນ ຊ່ວຍປະຊາຊົນເຂດ ກາຊາ ທີ່ຖືກຜົນກະທົບຈາກການປະທະກັນ.
ກ່ຽວກັບບັນຫາຕົວປະກັນ, ຕາມແຈ້ງການໃນຕອນຄ່ຳວັນທີ 28 ພະຈິກ, ກອງກຳລັງປ້ອງກັນ ອິດສະຣາແອນ (IDF) ໄດ້ຢັ້ງຢືນ
ກ່ຽວກັບຕົວປະກັນຫຼ້າສຸດເຊິ່ງ ຮາມາດ ໄດ້ປ່ອຍແມ່ຍິງ ອິດສະຣາແອນ ຈຳນວນ 10 ຄົນ, ພ້ອມກັບພົນລະເມືອງຊາວໄທ ອີກ 2 ຄົນ
ໃຫ້ແກ່ອົງການສະພາກາແດງຢູ່ເຂດ ກາຊາ ແລະ ພວມເດີນທາງກັບມາ ອິດສະຣາແອນ.

     ໃນເວລາດຽວກັນ, ແຫຼ່ງຂ່າວ ຢູ່ພາກພື້ນຈຳນວນໜຶ່ງກໍຢືນຢັນວ່າ: ເຈົ້າໜ້າທີ່ ອິດສະຣາແອນ ໄດ້ປ່ອຍນັກໂທດ ປາແລັດສະຕິນ
ຈຳນວນ 30 ຄົນ ໃຫ້ເປັນອິດສະຫຼະຢູ່ເຂດຕາເວັນຕົກແມ່ນ້ຳຈໍແດນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 01/12/2023